ທ່ານ ນາງ ເຂັມມະນີ ກ່າວເຖິງໂຄງການລົດໄຟ ລາວ – ຈີນ ທີ່ກຳລັງມີການກໍ່ສ້າງວ່າ: ເປັນໂຄງການໜຶ່ງແລວທາງ ໜຶ່ງເສັ້ນທາງຂອງລັດຖະບານ ສປ ຈີນ ທີ່ສາມາດເຊື່ອມຈອດກັບບັນດາປະເທດໃກ້ຄຽງ ເຊິ່ງເປັນໂຄງການທີ່ສຳຄັນທີ່ຈະເຮັດໃຫ້ເສັ້ນທາງຂົນສົ່ງການຄ້າຂອງ ສປປ ລາວ ໄປຍັງປະເທດໃກ້ຄຽງມີຄວາມສະດວກສະບາຍ ທົດແທນການເປັນປະເທດທີ່ບໍ່ມີທາງອອກສູ່ທະເລ ໂດຍສະເພາະແມ່ນມູນຄ່າທາງການຄ້າລະຫວ່າງ ລາວ – ຈີນ ຈະມີໝາກຜົນເພີ່ມທະວີຍິ່ງຂຶ້ນເປັນກ້າວໆ ເປັນໄປຕາມຄາດໝາຍຂອງສອງຝ່າຍທີ່ຄາດຫວັງເອົາໄວ້.
ເພື່ອເປັນການຮອງຮັບໂຄງການລົດໄຟ ລາວ – ຈີນ ທີ່ມີຄວາມຍາວ 400 ກວ່າກິໂລແມັດ ຜ່ານ 5 ແຂວງຂອງ ສປປ ລາວ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ມີແຜນສ້າງສູນພັດທະນາກະສິກຳທັນສະໄໝ ໂດຍຈະມີການຮ່ວມມືກັບນັກທຸລະກິດຈາກ ສປ ຈີນ ໃຫ້ສະໜັບສະໜູນທາງດ້ານທຶນຮອນ, ວິຊາການກັບສູນກາງ ແລະ ທ້ອງຖິ່ນ ໂຄງການດັ່ງກ່າວຈະເປັນການສ້າງວຽກເຮັດງານທຳໃຫ້ກັບປະຊາຊົນຢ່າງແທ້ຈິງເພາະມີຕະຫຼາດທີ່ແນ່ນອນຢູ່ແລ້ວ.
ທ່ານ ນາງ ເຂັມມະນີ ກ່າວໃນນາມປະທານກຳມາທິການ ຮ່ວມມືເສດຖະກິດ – ການຄ້າ ແລະ ເຕັກນິກ ລາວ – ຈີນ ວ່າ: ໄດ້ມີການປະສານງານ ແລະ ປຶກສາຫາລືກັບການຄ້າຈີນເປັນປະຈຳ ໃນເລື່ອງຂອງການປັບປຸງກົນໄກການຄ້າ ໃຫ້ສາມາດເຊື່ອມຈອດທັງໃນລະດັບສູນກາງ ແລະ ທ້ອງຖິ່ນ. ນອກຈາກນີ້, ກໍ່ມີການຮ່ວມມືກັບບັນດາແຂວງພາກເໜືອຂອງ ສປປ ລາວ ໃຫ້ຄວາມສຳຄັນດ້ານພັດທະນາຊັບພະຍາກອນມະນຸດ, ເສດຖະກິດ, ການຄ້າ, ການເງິນ, ການລົງທຶນ ແລະ ສັງຄົມ, ສ້າງແຜນການຮ່ວມມື ລາວ – ຈີນ ທັງໄລຍະສັ້ນ, ກາງ ແລະ ຍາວ ວ່າຈະຫັນໃສ່ອັນໃດເປັນຕົ້ນຕໍ.
ป้ายกำกับ
- 000 บาท
- 13 วิธีทำไงให้แก่ช้า
- 98 ข้อคิด ในการดำเนินชีวิต
- กว่า ๑๓๐ ปี ของ "ศุลกสถาน"
- เก็บตกงานลอยกระทง
- คามิคัสซุ เมืองเล็กๆในญี่ปุ่นที่ไม่มีขยะ
- คำคม
- คำคมการทำงาน
- จากคนยากจนสู่ตระกูลที่รวยที่สุดในโลก
- ทำยังไงให้มีเงินเดือนเกิน 100
- เทคนิคการเขียนบทความ seo ที่ประสบความสำเร็จ
- เน็ตไอดอลลาว ຕຸລາ ວັນທອງທິບ
- บทความดีๆ เกี่ยวกับมองโลกในแง่ดี
- ปรัชญาจากไวโอลิน
- สะพานน้ำคอนยาวสุดในลาว พาเส้นทางรถไฟจีน-ลาว
- สาวสวยเรณู
- ຄວາມຄືບຫນ້າລດໄຟລາວ-ຈີນ
- ຕະຫຼາດ ນັດບ້ານດົງພຸງ ເມືອງ ໄຊຍະບູລີ ແຂວງ ສະຫວັນນະເຂດ
- ວັດທະນະທຳ ການນຸ່ງຖືຂອງຄົນລາວ.
วันศุกร์ที่ 17 พฤศจิกายน พ.ศ. 2560
สมัครสมาชิก:
ส่งความคิดเห็น (Atom)

ไม่มีความคิดเห็น:
แสดงความคิดเห็น